ແທ້ຈິງແລ້ວ “ວິທີການລົງທຶນ” ຂອງແຕ່ລະຄົນມັກຈະສະທ້ອນ ບຸກຄະລິກ (Personally) ຂອງຄົນຄົນນັ້ນຫຼາຍກວ່າທີ່ຄິດ
ຟັງເບິ່ງຫົວຂໍ້ແລ້ວຫຼາຍຄົນຄືສິວ່າ ບ້າ~~ ຈະເປັນໄປໄດ້ແນວໃດ ຫຼື ອີກສຽງຈະເປັນ”ແມ່ນຢູ່ໃດ”
ຕະຫຼອດເວລາທີ່ຄົນຈະເວົ້າ “DCA”ແລ້ວລົງທ້າຍດ້ວຍ “ວິໄນ” ສະເໝີ
ຄືກັບວ່າແຮງຊື້ທຸກເດືອນແບບບໍ່ລັງເລ ແຮງເປັນນັກລົງທຶນທີ່ດີ (ແມ່ນບໍ??)
ແຕ່ເມື່ອເວລາຜ່ານໄປ ຂ້ອຍເຕະສະດຸດ ເອີ້ຍ! ຕົກພະລຶກ ໄດ້ວ່າ
ຫຼື ແທ້ແລ້ວສິ່ງສຳຄັນກັບຂ້ອຍຫຼາຍກວ່າ ”ວິໄນ “ ອາດຈະເປັນ “ຄວາມຮູ້ສຶກປອດໄພ”
ຂ້ອຍບໍ່ແມ່ນຄົນມັກ all-in ຈົນສຸດໂຕ (ເຖິງອາດີດສິເຄີຍ all-in ຈົນໂຕເອງໝົດແຕ່ດຽວນີ້ປ່ຽນແປງແລ້ວ555)
ບໍ່ແມ່ນຍ້ອນວ່າຂ້ອຍບໍ່ເຊື່ອໃນ Bitcoin
ຫຼື ບໍ່ເຊື່ອໃນການລົງທຶນໄລຍະຍາວ
ແຕ່ເພາະຂ້ອຍຮູ້ວ່າ
ມະນຸດເຮົາບໍ່ໄດ້ໃຊ້ຊີວິດຢູ່ແຕ່ໃນກລາຟລາຄາ
ເຮົາໃຊ້ຊີວິດຢູ່ກັບ !!ຄວາມຄຽດ!!!ຄວາມບໍ່ແນ່ນອນ!!!ພາລະຄອບຄົວ!!
ອານາຄົດ!!! ແລະ ສະພາບຈິດໃຈຂອງໂຕເອງ
ຫຼາຍຄົນພະຍາຍາມສ້າງພາບວ່າ ນັກລົງທຶນທີ່ດີຕ້ອງ fearless
ຕ້ອງກ້າຊື້ເວລາຕະຫຼາດພັງ
ຕ້ອງຖືໃຫ້ໄດ້ໃນມື້ທີ່ຕະຫຼາດຕິດລົບໜັກ
(Hold ຈົນໂຕຕາຍ ທຸກຄົນເຄີຍໄດ້ຍິນຄຳນີ້ບໍ?)
ແຕ່ໃນຄວາມເປັນຈິງ
ຄົນສ່ວນໃຫຍ່ບໍ່ໄດ້ loss ເພາະ “ວິເຄາະຕະຫຼາດຜິດ”
ພວກເຂົາ loss ເພາະລະບົບທີ່ຕົວເອງສ້າງຂຶ້ນ ມັນຢູ່ນຳແລ້ວບໍ່ມີຄວາມສຸກ
“ Good investing is not necessarily about earning the highest return is about earning pretty good return that you can stick with “ ref: The Psychology of Money
(~~~ສະຫຼຸບແນ່ເອື້ອຍ 5555)
ການລົງທຶນທີ່ດີ ອາດຈະບໍ່ແມ່ນການເຮັດຜົນຕອບແທນສູງທີ່ສຸດ
ແຕ່ມັນຄືການເຮັດຜົນຕອບແທນທີ່ “ດີພໍ” ແລະ ເຮົາສາມາດຢູ່ກັບມັນໄດ້ໄລຍະຍາວ
ຂ້ອຍຄິດວ່າຄຳວ່າ “ຢູ່ກັບມັນໄດ້” ສຳຄັນຫຼາຍ
ເພາະໃນໂລກຄວາມຈິງ
ຄົນຈຳນວນຫຼາຍບໍ່ໄດ້ລົ້ມເຫຼວ ເພາະບໍ່ມີຄວາມຮູ້
ແຕ່ລົ້ມເຫຼວເພາະ….
…ລົງທຶນເກີນກວ່າທີ່ຕົວເອງຮັບຄວາມຄຽດໄດ້
…ບໍ່ມີເງິນສຳຮອງ
…panic ຕອນຕະຫຼາດລົງ
…ຫຼື ໃຊ້ຊີວິດຢູ່ກັບຄວາມຢ້ານຕະຫຼອດເວລາ
ຂ້ອຍເລີ່ມເຂົ້າໃຈວ່າ
ການລົງທຶນທີ່ຍືນຍົງ ບໍ່ແມ່ນລະບົບທີ່ໃຫ້ຜົນຕອບແທນສູງທີ່ສຸດສະເໝີໄປ
ແຕ່ມັນຄືລະບັບທີ່ເຮັດໃຫ້ເຮົາ !
ຍັງນອນຫຼັບໄດ້ ຍັງໃຊ້ຊີວິດໄດ້
ແລະຍັງຕັດສິນໃຈໄດ້ຢ່າງມີເຫດຜົນໃນມື້ນີ້ຕະຫຼາດ worst case (ກະຄືຕະຫຼາດຕົກເຫວ)
ແບບນີ້ “ເງິນສຳຮອງ” ບໍ່ແມ່ນພຽງເງິນສົດ
ມັນຄື psychological stability
ມັນຄືຄວາມຮູ້ສຶກວ່າ :
…”ຖ້າ..ມື້ອື່ນໂລກແຕກ ເຮົາຍັງມີທາງເລືອກ “…
ແລະຮູ້ສຶກແປກດີທີ່ເມື່ອຂ້ອຍມີຄວາມຮູ້ສຶກນັ້ນ
ຂ້ອຍລົງທຶນໄດ້ດີຂຶ້ນ ( ມາຮອດນີ້ນັກອ່ານສິວ່າ”ເຈົ້າຄິດໄປເອງ” 5555)
ເມື່ອທຽບກັບຕົວຂ້ອຍເອງໃນກ່ອນໜ້ານີ້ແລ້ວ
ຕອນນີ້ ຂ້ອຍບໍ່ຮີບຮ້ອນ ຟ້າວຟ້າວແບບເກົ່າ
ບໍ່ FOMO ຕອນຂຽວ
ບໍ່ Panic ຕອນແດງ
[ Feel like ບໍ່ກະທົບຊີວິດ ຄັນໂລກສິແຕກມື້ນີ້ເລີຍຂ້ອຍກະໂອເຄ 555 ]
Nassim Taleb ເຄີຍກ່າວເຖິວແນວຄິດເລື່ອງ optionality ໄວ້ ປະມານວ່າ:
“ເງິນສົດທີ່ຖືໄວ້ ບໍ່ແມ່ນເງິນທີ່ບໍ່ໄດ້ເຮັດວຽກສະເໝີໄປ
ແຕ່ມັນຄືອິດສະຫຼະໃນການຕັດສິນໃຈເມື່ອໂອກາດມາເຖິງ”
ຂ້ອຍເລີ່ມຍົກໃຫ້ ການລົງທຶນສຳລັບຂ້ອຍຄືກັບ
ການອອກແບບລະບົບໄລຍະຍາວ
ຫຼາຍກວ່າການເອົາຊະນະຕະຫຼາດໄລຍະສັ້ນ
ເພາະວ່າ ສຸດທ້າຍແລ້ວ
ການລົງທຶນບໍ່ແມ່ນການແຂ່ງຂັນວ່າໃຜ aggressive ກວ່າກັນ
ແຕ່ມັນຄືການສ້າງລະບົບທີ່ເຮັດໃຫ້ໂຕເຈົ້າໂຕຂ້ອຍ “ຢູ່ລອດ” ໃຫ້ໄດ້ດົນພໍ
ແລະ ບາງທີ
ຄົນທີ່ເບິ່ງຊົງ conservative ໃນຊ່ວງແລກ
ອາດຈະເປັນຄົນທີ່ຢູ່ໃນຕະຫຼາດໄດ້ດົນທີ່ສຸດກະໄດ້
ທຸກມື້ນີ້ຂ້ອຍຍັງ DCA ຢູ່
ແລະ ຍັງເຊື່ອໃນສິນຊັບທີ່ຕົນເອງສຶກສາ
ແຕ່ຂ້ອຍບໍ່ໄດ້ຢາກລົງທຶນດ້ວຍຄວາມຄຽດອີກຕໍ່ໄປແລ້ວ
ຂ້ອຍລົງທຶນໃນຮູບແບບທີ່
ຕໍ່ໃຫ້ມື້ໜຶ່ງຂ້ອຍເຊົາເບິ່ງກລາຟໄປຫຼາຍເດືອນ
ຊີວິດຂ້ອຍກະຍັງສະຫງົບຢູ່ດີ
ເພາະສຳຫຼັບຂ້ອຍ
ອິດສະຫຼະພາບທາງການເງິນ
ແທ້ແລ້ວ ອາດຈະບໍ່ແມ່ນການລວຍທີ່ສຸດ
ແຕ່ມັນຄືການໃຊ້ຊີວິດໂດຍທີ່ “ໃຈບໍ່ຖືກຕະຫຼາດຄວບຄຸມ” ອີກຕໍ່ໄປ
*ບໍ່ແນະນຳການລົງທຶນໃດໃດ ຕະຫຼາດຄຮິບໂຕມີຄວາມສ່ຽງຂອບໃຈທີ່ທ່ານເລືອກສຶກສາດ້ວຍໂຕທ່ານເອງ
#bitcoin #TradeSignal #DCA